ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາໄຕມາດ IV ປີ 2023
ແລະ ທິດທາງໄຕມາດ I ປີ 2024

     ໃນວັນທີ 22 ທັນວາ 2023 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບ
ດ້ານປະຈໍາໄຕມາດ IV ປີ 2023 ແລະ ທິດທາງໄຕມາດ I ປີ 2024 ຢູ່ພາກໄຕ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ
ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະ
ຫານ 4 ແຂວງພາກໃຕ້ ເຊກອງ, ສາລະວັນ, ຈໍາປາສັກ, ອັດຕະປື, ກອງພົນທະຫານຮາບທີ 5, ກອງພັນໃຫຍ່ 645, ໂຮງຮຽນນາຍສິບເລກ 2
ວຽງໄຊ, ໂຮງໝໍບໍລິເວນ 106, ໂຮງງານປະສານເຫຼົ່າພາກໃຕ້, ສານທະຫານພາກໃຕ້, ໄອຍະການພາກໃຕ້ ພ້ອມດ້ວຍບັນດາບໍລິສັດກໍ່ສ້າງຂົວທາງ
ຄົບວົງຈອນເຂດພາກໃຕ້ກໍ່ໃຫ້ກຽດ ເຂົ້າຮ່ວມ.

     ໃນໂອກາດກອງປະຊຸມດັ່ງກ່າວ ບັນດາສະຫາຍຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ກໍ່ໄດ້ຜ່ານລາຍງານວຽກງານການຈັດຕັ້ງປະຕິບັດ
ໂດຍສະເພາະວຽກງານເຮັດໃຫ້ທົ່ວພັກ, ລັດ ແລະ ທົ່ວປວງຊົນລາວທັງຊາດມີຄວາມສະຫງົບໂດຍພື້ນຖານ ໂດຍແຕ່ລະກົມກອງໄດ້ຖືສຳຄັນ
ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານລວມຕິດພັນກັບວຽກງານຂະບວນການດ້ານ
ຕ່າງໆ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍ
ຂອງພັກ-ລັດ, ປະຕິບັດບັນດາຂໍ້ກຳນົດ-ກົດລະບຽບຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບ
ຜິດຊອບ, ດຳເນີນຊີວິດການເມືອງເປັນປົກກະຕິ, ສະຫຼຸບສັງລວມແລ້ວສະພາບການແຕ່ລະກົມກອງຮັບຜິດຊອບ ແມ່ນມີຄວາມສະຫງົບໂດຍ
ພື້ນຖານ.

     ໂອກາດນີ້ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບໄດ້ຊີ້ນໍາ ແລະ
ເນັ້ນຕື່ມໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮູ້-ຄວາມສາມາດໃຫ້ສູງຂຶ້ນ, ຍົກສູງຄວາມສາມັກຄີພາຍ
ໃນໝູ່ຄະນະໃຫ້ເປັນປຶກແຜ່ນ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ
ຂອງກະຊວງປ້ອງກັນປະເທດວາງອອກ, ຍົກສູງນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກາຍເປັນກົມກອງທີ່ມີ
ລະບຽບ ແບບແຜນທີ່ທັນສະໄໝ. ຊຸກຍູ້ສົ່ງເສີມ ແລະ ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາກຸ່ມບ້ານ ໂດຍປະສານສົບທົບແໜ້ນ
ກັບກຳລັງ ປກສ, ກອງຫຼອນ ພ້ອມກັນຕິດຕາມກວດກາປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນໃນສັງຄົມທົ່ວປະເທດ ໄປຕາມທິດ 3 ສ້າງຂອງພັກ
ແລະ ລັດວາງອອກ. ຊຸກຍູ້ສົ່ງເສີມວຽກງານກໍ່ສ້າງກໍາລັງກໍ່ຄືກໍ່ສ້າງພະນັກງານ-ນັກຮົບ ຢູ່ໃນຖັນແຖວກໍາລັງປະກອບອາວຸດ ໃຫ້ມີແນວຄິດການ
ເມືອງໜັກແໜ້ນ, ສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການສ້າງສ້າງພະນັກງານ 3 ຮຸ້ນ, ສົ່ງເສີມບັນດາອົງການ
ຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ພ້ອມກັນສ້າງຂະບວນການຕ່າງໆ ເພື່ອຂໍານັບຮັບຕ້ອນວັນສໍາຄັນຂອງຊາດ-ຂອງພັກ ກໍ່ຄືວັນສ້າງຕັ້ງກອງທັບ
ປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດພື້ນ ແລະ ມີຄວາມສະຫງົບ ໂດຍພື້ນຖານ.

ແຫຼ່ງຂ່າວໂດຍ ກອງຄໍາ ຈິ່ງດ້າຍອດ
ວັນທີ 27/12/2023